Ad

Ad

18 September 2013

ແຂວນຄໍຕາຍຍ້ອນບັນຫາການຮຽນ



           ຜູ້​ປົກຄອງ ທ້າວ ຈັນທະ​ເດດ ​ເທດ​ທານີ ອາຍຸ 25 ປີ ນັກ​ສຶກສາ ມຊ ຄະນະເສດຖະສາດ ​ແລະ ​ເປັນອະດີ​ດນັກ​ກິລາ​ເຕະ ບານ​ທີ​ມຊາດ ຕ້ອງ​ສະຫຼົບລົງ​ພາຍຫຼັງພົບ​ເຫັນ​ຮ່າງ​​ເນົ່າ​ເປື່ອຍຂອງ​ລູກ​ຊາຍທີ່​ແຂວນ​ຄໍ​ຕາຍ​ຢູ່​ປ່າ​ໃກ້​​​ວັດ​ປ່າ​ບ້ານ ດອນ ໜູນ ເມືອງ​ ໄຊ​ທານີ ນະຄອນຫຼວງວຽງຈັນ ໃນ​ວັນ​ທີ 17 ກັນຍານີ້, ເມື່ອ​ເຈົ້າໜ້າທີ່ນິຕິ​ວິທະຍານະຄອນຫຼວງວຽງຈັນ ໄດ້​ໂທລະສັບ​ແຈ້ງ​ຫາ​ຜູ້​ປົກຄອງຢູ່​ເມືອງ​ແປກ ແຂວງຊຽງຂວາງ ​ໄດ້​ຮັບ​ຊາບ​ຕໍ່ການ​ພົບ​ເຫັນ​ສົບ​ດັ່ງກ່າວຊຶ່ງ​ຄາດ​ວ່າ​ຈະ​ເສຍ​ຊີວິດ​ມາຫຼາຍມື້​ແລ້ວ.
          ຈາກ​ການ​ໃຫ້ການ​ຂອງ​​ພໍ່ຜູ້ກ່ຽວຕໍ່​ເຈົ້າໜ້າທີ່ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 13 ກັນຍານີ້ ໄດ້ເດີນທາງ​ຈາກ​ແຂວງຊຽງຂວາງ ມານະ ຄອ​ນຫຼວງວຽງຈັນ ເພື່ອ​ຈະມາສະ​ແດງ​ຄວາມ​ຍິນ​ດີ​ກັບ​ການ​ຂຶ້ນ ຮັບ​ໃບ​ປະກາດ​ຂອງ​ລູກ​ຊາຍ​ທີ່​ຮຽນຈົບ ມຊ ​ໃນ​ປີນີ້, ແຕ່​ກໍ​ບໍ່​ໄດ້​ພົບ​ລູກ​ຂອງ​ຕົນ​ເອງ​ເລີຍ​ໃນ​ທີ່​ສຸດ​ຈຶ່ງ​ຮູ້​ວ່າ​ລູກ​ຂອງ​ຕົນ​ເສັງ​ຕົກ ແລະ ມີ​ຜົນ​ການ​ຮຽນບໍ່ດີ​ມາ​ແຕ່​ປີ 3 ແລະ ຍາດພີ່
ນ້ອງຫຼາຍຄົນ​ໃຫ້​ຮູ້​ວ່າ:​ໃນ​ເຊົ້າ​ຂອງ​ມື້ວັນ​ທີ 13 ກັນຍາ ​ເປັນ​ມື້ທີ່ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຈັດ​ພິທີ​ມອບ​ໃບ​ປະກາດ​ໃຫ້​ນັກ​ສຶກສາ ​ແລະ ມື້ນັ້ນກໍ​ເຫັນທ້າວ ຈັນທະ​ເດດ​ ນຸ່ງ​ເຄື່ອງ​ຊຸດ​ນັກ​ສຶກສາອອກ​ຈາກ​​ເຮືອນພີ່ນ້ອງຢູ່​ບ້ານ ຈອມ​ມະນິ​ເໜືອ ​ເມືອງໄຊ​ເສດ​ຖາ ນະຄອນຫຼວງວຽງຈັນ, ແຕ່​ກໍ​ບໍ່ຮູ້​ຜູ້ກ່ຽວອອກ​ໄປໃສກ່ອນ​ຈະ​ພົບ​ເຫັນ​ສົບ​ຂອງ​ລາວ​ຢູ່​ໃນ​ສະພາບ​ດັ່ງກ່າວ.
            ​ເຈົ້າໜ້າທີ່​ໃຫ້​ເຫດຜົນ​ວ່າ: ສາ​ເຫດ​ທີ່​ພາ​ໃຫ້​ຜູ້ກ່ຽວຜູກ​ຄໍ​ຕາຍ​ອາດ​ມາ​ຈາກບັນຫາ​ການ​ສຶກສາ​ຮ່ຳຮຽນຍ້ອນ​ເສັງ​ບໍ່​ໄດ້ ແລະ ​ເສຍ​ໃຈບໍ່ທີ່​ທາງ​ອອກ. ຈາກ​ເຫດການ​ດັ່ງກ່າວ ມັນ​ເປັນ​ອຸທາຫອນ​ເຕືອນ​ໃຫ້ຫຼາຍຄົນ​ໃນ​ສັງຄົມ ​ເພື່ອ​ໃຫ້​ເອົາ​ໃຈ​ໃສ່​ສຶກ ສາ​ຮ່ຳຮຽນ​ໃຫ້​ດີ, ບໍ່ຄວນຫຼົງຜິດ​ໄປ​ໃນ​ທາງ​ທີ່​ບໍ່ດີ, ພ້ອມ​ນັ້ນຜູ້​ເປັນ​ພໍ່-​ແມ່, ຜູ້​ປົກຄອງ​ກໍ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ໃກ້​ຊິດ​ຕິດ​ແທດ ​ແລະ ​ໃຫ້​ຄວາມ​ອົບ​ອຸ່ນ​ລູກຫຼານເພື່ອ​ຈະ​ບໍ່ຕົກ​ໃນ​ສະພາບ​ທີ່​ແສນ​ເສຍດາຍ​ດັ່ງກ່າວ.

No comments:

Post a Comment